ການຮັບສົ່ງຂໍ້ມູນທີ່ຖືກເຂົ້າລະຫັດຈາກທຸກແອັບຜ່ານເຄືອຂ່າຍ Tor ຈະຊ່ວຍໃຫ້ທ່ານໄດ້ຮັບຄວາມປອດໄພ ແລະ ຄວາມເປັນສ່ວນຕົວໃນລະດັບສູງສຸດ.
ບໍ່ມີໃຜສາມາດຮູ້ໄດ້ວ່າທ່ານກຳລັງໃຊ້ແອັບໃດ, ໃຊ້ໃນເວລາໃດ ຫຼື ສາມາດຂັດຂວາງການໃຊ້ງານຂອງທ່ານໄດ້.
ບໍ່ມີການບັນທຶກປະຫວັດການຮັບສົ່ງຂໍ້ມູນ ຫຼື ທີ່ຢູ່ IP ຂອງທ່ານໂດຍຜູ້ໃຫ້ບໍລິການເຄືອຂ່າຍ ຫຼື ເຊີບເວີຂອງແອັບ.
Orbot ແມ່ນການເຊື່ອມຕໍ່ Tor ທີ່ທ່ານໄວ້ວາງໃຈໄດ້ທັງໃນ Android ແລະ iOS.
Orbot (ໃນ Android) ຊ່ວຍໃຫ້ທ່ານສາມາດເລືອກແອັບທີ່ຕ້ອງການໃຫ້ຜ່ານເຄືອຂ່າຍ Tor ໄດ້ໂດຍສະເພາະ, ເຮັດໃຫ້ທ່ານຍັງສາມາດໃຊ້ແອັບ ຫຼື ບໍລິການອື່ນໆ ທີ່ອາດຈະມີບັນຫາກັບການເຊື່ອມຕໍ່ຈາກ Tor ໄດ້.
Onion services ແມ່ນເວັບໄຊເວີຊັນທີ່ສາມາດເຂົ້າເຖິງໄດ້ຜ່ານ Tor ເທົ່ານັ້ນ. Orbot ຊ່ວຍໃຫ້ທຸກແອັບສາມາດເຊື່ອມຕໍ່ກັບ Onion service ໄດ້ ແລະ ຍັງຊ່ວຍໃຫ້ໂທລະສັບຂອງທ່ານສາມາດສ້າງ Onion service ເອງໄດ້ອີກດ້ວຍ!
Orbot ມີ Tor Bridges ໃຫ້ເລືອກຫຼາກຫຼາຍ, ເຮັດໃຫ້ທ່ານຍັງສາມາດເຊື່ອມຕໍ່ໄດ້ເຖິງແມ່ນວ່າຈະຢູ່ໃນເຄືອຂ່າຍທີ່ຖືກຈຳກັດຫຼາຍທີ່ສຸດກໍຕາມ
ການໃຫ້ຄະແນນໃນ Play store - ວັນທີ 21 ພຶດສະພາ 2018
Orbot ແມ່ນ ຟຣີ ແລະ ເປັນໂອເພັນຊອດ. ທຸກຄົນສາມາດຊ່ວຍສະໜັບສະໜູນ, ກວດສອບ ຫຼື ກວດເບິ່ງຊອດໂຄ້ດໄດ້. ນັກພັດທະນາຫຼັກລວມມີ Nathan Freitas, Hans-Christoph Steiner, Bim, Benjamin Erhart ແລະ ທີມງານອື່ນໆຈາກ Guardian Project.
ຕິດຕາມ @GuardianProjectOrbot ແມ່ນແອັບຟຣີ! ຊ່ວຍສະໜັບສະໜູນການພັດທະນາແອັບຢ່າງຕໍ່ເນື່ອງ. ສົ່ງຕໍ່ຄວາມປາຖະໜາດີ.