Orbot - Tor VPN ສຳລັບສະມາດໂຟນ
Tor ຂັບເຄື່ອນດ້ວຍເຄືອຂ່າຍອາສາສະໝັກທີ່ຫຼາກຫຼາຍ. ບໍ່ມີບໍລິສັດ ຫຼື ບຸກຄົນໃດສາມາດເຂົ້າເຖິງກິດຈະກຳການທ່ອງເວັບຂອງທ່ານໄດ້ເມື່ອທ່ານໃຊ້ Tor.
ສຶກສາເພີ່ມເຕີມກ່ຽວກັບ Tor ໄດ້ທີ່ torproject.org
ຂໍ້ມູນອິນເຕີເນັດຂອງທ່ານຈະຖືກເຂົ້າລະຫັດ ແລະ ສົ່ງຕໍ່ຜ່ານສາມຈຸດທີ່ແຕກຕ່າງກັນໃນທົ່ວໂລກ ກ່ອນຈະໄປຮອດປາຍທາງ.
ບຸກຄົນທີສາມຈະບໍ່ຮູ້ວ່າທ່ານກຳລັງໃຊ້ແອັບໃດຢູ່. ທີ່ຢູ່ IP ທີ່ແທ້ຈິງຂອງທ່ານຈະບໍ່ຖືກເປີດເຜີຍ.
ເຂົ້າເຖິງແອັບ ແລະ ເນື້ອຫາຕ່າງໆໄດ້ ໂດຍບໍ່ຄຳນຶງເຖິງຂໍ້ຈຳກັດທາງພູມສາດ ຫຼື ເຄືອຂ່າຍຂອງທ່ານ.
ຜູ້ໃຫ້ບໍລິການອິນເຕີເນັດ (ISP) ແລະ ຜູ້ຄວບຄຸມເຄືອຂ່າຍ Wi-Fi ບໍ່ສາມາດເຫັນການທ່ອງເວັບຂອງທ່ານໄດ້.
ທ່ານເປັນຜູ້ຄວບຄຸມເອງ. ປິດການຕິດຕາມຈາກບຸກຄົນທີສາມ.
ການໃຊ້ Orbot ພຽງຢ່າງດຽວບໍ່ໄດ້ຮັບປະກັນຄວາມປອດໄພ ຫຼື ຄວາມເປັນສ່ວນຕົວທັງໝົດ. ມັນພຽງແຕ່ໃຫ້ຊຸດຄຸນສົມບັດທີ່ອາດຈະຊ່ວຍເພີ່ມຄວາມເປັນສ່ວນຕົວ ແລະ ການປິດບັງຕົວຕົນຂອງຂໍ້ມູນເຄືອຂ່າຍຂອງທ່ານເທົ່ານັ້ນ. ກະລຸນາຈື່ໄວ້ວ່າ…
ຫາກທ່ານໃຊ້ Orbot ເພື່ອເຂົ້າສູ່ລະບົບແອັບທີ່ທ່ານເຄີຍເຂົ້າເຖິງນອກເຄືອຂ່າຍ Tor, ແອັບນັ້ນອາດຈະສາມາດລະບຸຕົວຕົນຂອງທ່ານ ແລະ ຮູ້ວ່າທ່ານກຳລັງໃຊ້ Tor ຢູ່. ໃນບາງສະຖານະການ (ເຊັ່ນ: ການເຫັນຕ່າງທາງການເມືອງໃນບາງປະເທດ), ຂໍ້ມູນນີ້ອາດຈະຖືກນຳມາໃຊ້ເປັນຫຼັກຖານໃນທາງທີ່ບໍ່ດີຕໍ່ຕົວທ່ານໄດ້.
ແອັບຕ່າງໆອາດຈະໃຊ້ Geolocation API (ເພື່ອເບິ່ງຕຳແໜ່ງ GPS ຂອງທ່ານ), ເຂົ້າເຖິງຮູບພາບ ແລະ ວິດີໂອໃນບ່ອນເກັບຂໍ້ມູນພາຍນອກ, ຫຼື ດຶງຂໍ້ມູນກ່ຽວກັບໂທລະສັບມືຖືຂອງທ່ານ ເຊັ່ນ: ເບີໂທລະສັບ ແລະ ຂໍ້ມູນຜູ້ໃຫ້ບໍລິການເຄືອຂ່າຍ. ຜູ້ໃຊ້ຄວນລະມັດລະວັງໃນການກົດອະນຸຍາດເມື່ອມີໜ້າຕ່າງປ໊ອບອັບຂໍສິດເຂົ້າເຖິງຂໍ້ມູນ.
ໂຄງການ Tor ໄດ້ຈັດເຮັດໜ້າແນະນຳເຄັດລັບ ກ່ຽວກັບການຮັກສາຕົວຕົນໃຫ້ເປັນຄວາມລັບໃນຂະນະທີ່ໃຊ້ Tor.
ບັນທຶກ ລາຍລະອຽດການປັບປຸງ ຂອງ Orbot, ລວມທັງບັນຫາຄວາມປອດໄພທີ່ຜ່ານມາ, ການແກ້ໄຂບັກ ແລະ ອື່ນໆ ແມ່ນມີຢູ່ບ່ອນນີ້. ທ່ານຍັງສາມາດເບິ່ງໂຄງການໃນ GitHub ເພື່ອເບິ່ງ ລາຍການບັນຫາທີ່ພົບໃນປັດຈຸບັນ.
Orbot ແມ່ນແອັບຟຣີ! ຊ່ວຍສະໜັບສະໜູນການພັດທະນາແອັບຢ່າງຕໍ່ເນື່ອງ. ສົ່ງຕໍ່ຄວາມປາຖະໜາດີ.